ກອງປະຊຸມເຜີຍແຜ່ ວິທີສະກັດກັ້ນ ແລະ ການປະຕິບັດພັນທະ ຂອງຂະແໜງການໄປສະນີ

ໃນຕອນເຊົ້າ ເວລາ 8:30 ໂມງ ຂອງວັນທີ 26 ເມສາ 2022 ກົມໄປສະນີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມເຜີຍແຜ່ ວິທີສະກັດກັ້ນການນຳໃຊ້ຕາໜ່າງໄປສະນີ ຂົນສົ່ງຢາເສບຕິດ ແລະ ການປະຕິບັດພັນທະຂະແໜງ ການໄປສະນີ ເຂົ້າງົບປະມານແຫ່ງຊາດ ທີ່ຫ້ອງປະຊຸມໃຫຍ່ ບໍລິສັດ ລັດວິສາ ຫະກິດໄປສະນີລາວ, ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄຳບູຣາວົງ ຫົວໜ້າກົມໄປສະນີ, ມີນັກວິທະຍາກອນຕາງໜ້າຈາກ 02 ພາກສ່ວນ ຄື ກະຊວງປ້ອງກັນ ຄວາມສະຫງົບ ແລະ ກະຊວງການເງິນ, ບັນດາຮອງຫົວໜ້າກົມ ພ້ອມດ້ວຍພະນັກງານພາຍໃນກົມໄປສະນີ ແລະ ບັນດາຜູ້ ປະກອບການທີ່ດຳເນີນທຸລະກິດການບໍລິການດ້ານໄປສະນີ ຈາກ 12 ບໍລິສັດ, ລວມຈໍານວນຜູ້ເຂົ້າຮ່ວມກອງ ປະຊຸມທັງໝົດ 32 ທ່ານ, ຍິງ 13 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອເຜີຍແຜ່ເນື້ອໃນຈິດໃຈ ກ່ຽວກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ທີ່ຕິດພັນກັບໜ້າທີ່ ການເມືອງຂອງຂະແໜງການໄປສະນີ.

ທ່ານ ພັອ. ປອ. ບົວພັນ ຟອງມະນີ ຮອງຫົວໜ້າກົມໄຫຍ່ຕໍາຫຼວດ, ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາ ເສບຕິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ນຳສະເໜີກ່ຽວກັບສະພາບບັນຫາຢາເສບຕິດໃນສັງຄົມປະຈຸບັນ ລວມທັງວິທີ ການລັກລອບຂົນສົ່ງຢາເສບຕິດໃນຮູບແບບຕ່າງໆ ແລະ ມາດຕະການສະກັດກັ້ນ, ວິທີການສັງເກດ ແລະ ກວດສອບ ພ້ອມທັງຊຸກຍູ້ໃຫ້ຜູ້ປະກອບການເພີ່ມທະວີຄວາມເຂັ້ມງວດໃຫ້ຫຼາຍຂື້ນ ເພື່ອບໍ່ໃຫ້ຕົກເປັນເຄື່ອງມືແກ່ກຸ່ມຄົນບໍ່ດີສວຍໃຊ້ ລະບົບຕາໜ່າງໄປສະນີເຮັດສິ່ງທີ່ຜິດກົດໝາຍ.

ພ້ອມດຽວກັນນັ້ນ, ທ່ານ ນາງ ກອງສີ ນາມມະວົງມີໄຊ ຮອງຫົວໜ້າພະແນກນິຕິກຳ, ກົມສ່ວຍສາອາກອນ ກະຊວງ ການເງິນ ໄດ້ເຜີຍແຜ່ບັນດາກົດໝາຍ ແລະ ວິທີການຈັດຕັ້ງປະຕິບັດ ການຄຸ້ມຄອງ ລາຍຮັບງົບປະມານແຫ່ງລັດ ທີ່ຢູ່ໃນ ຄວາມຮັບຜິດຊອບຂອງແຕ່ລະຂະແໜງການໃນຂອບເຂດທົ່ວປະເທດ, ພ້ອມທັງຊູກຍູ້ໃຫ້ບັນດາຜູ້ປະກອບການໄປສະນີ ປະຕິບັດກົດໝາຍທີ່ກ່ຽວຂ້ອງກັບການເສຍພັນທະອາກອນ ເພື່ອປະກອບສ່ວນເຂົ້າງົບປະມານແຫ່ງຊາດ.

ນອກຈາກນັ້ນ, ກອງປະຊຸມຍັງໄດ້ເຜີຍແຜ່ບັນດານິຕິກຳຂອງຂະແໜງການໄປສະນີ ທີ່ນຳໃຊ້ເປັນເຄື່ອງມືໃນການ ຄຸ້ມຄອງການດຳເນີນທຸລະກິດການບໍລິການດ້ານໄປສະນີ ຢູ່ ສປປ ລາວ ແລະ ໃນຕອນທ້າຍ ກອງປະຊຸມຍັງໄດ້ມີການແລກ ປ່ຽນຄຳຄິດຄຳເຫັນກັນຢ່າງກົງໄປກົງມາກັບບັນດາຜູ້ປະກອບການ ຢ່າງເປັນຂະບວນຟົດຟື້ນ ເຊິ່ງເຫັນໄດ້ເຖິງຄວາມເອົາໃຈໃສ່ ຂອງຜູ້ທີ່ມາເຂົ້າຮ່ວມກອງປະຊຸມ. ກອງປະຊຸມຄັ້ງນີ້ໄດ້ດຳເນີນເປັນເວລາເຄິ່ງວັນ ແລະ ປິດລົງດ້ວຍຜົນສຳເລັດອັນຈົບງາມ.